
ຄະນະຜູ້ບໍລິຫານຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄປທັດສະນະສຶກສາພາຍໄຕ້ໂຄງການກະເສດຢັ້ງຢືນຕາມຫຼັກຂອງປັດສະຍາເສດຖະກິດແບບພໍພຽງງທີ່ສະຖາບັນການອາຊີວະສຶກສາກະເສດພາກເໜືອ( ແຂວງຕາກ)ແຫ່ງປະເທດໄທໂດຍການໄປທັດສະນະສຶກສາທີ່ວິທະຍາໄລກະເສດພິຈິດ,ກຳແພງເພັດແລະວິທະຍາໄລກະເສດພະເຍົາໃນຄັ້ງວັນທີ: 20-23.6.2023 ໂດຍການສະໜັບສະໜູນງົບປະມານຈາກໂຄງການ TICA ແຫ່ງຣາຊະອານາຈັກໄທ
ໃຫ້ກຽດຕ້ອນຮັບໂດຍທ່ານ ປະຈັກ ທາສີ ຜູ້ອຳນວຍການະຖາບັນການອາຊີວະກະເສດພາກເໜືອແຫ່ງປະເທດໄທ ແລະຄະນະຜູ້ບໍລິຫານ ແລະ ບຸກຄະລາກອນຂອງສະຖາບັນ ພ້ອມດ້ວຍຜູ້ອຳນວຍການ ແລະຄະນະຜູ້ບໍລິຫານວິທະຍາໄລກະເສດພິຈິດ,ວິທະຍາໄລກະເສດກຳແພງເພັດ ແລະ ວິທະຍາໄລກະເສດພະເຍົາ. ໂດຍຈຸດປະສົງຂອງການໄປທັດສະນະສຶກສາຂອງຜູ້ບໍລິຫານໃນຄັ້ງນີ້ເພື່ອເປັນການສຶກສາ ແລະ ທັດສະນະສຶກສາແລກປ່ຽນຄວາມຮູ້ກ່ຽວກັບການບໍລິຫານສູນຮຽນຮູ້ຂອງບັນດາວິທະຍາໄລກະເສດທັງ3 ແຫ່ງເພື່ອນຳໃຊ້ໃນການຄຸ້ມຄອງ ແລະ ບໍລິຫານສູນຮຽນຮູ້ຂອງແຂວງຕົນເອງທີ່ໄດ້ຮັບການຊ່ວຍເຫຼືອໃນການກໍ່ສ້າງພື້ນຖານ,ໂຄງລ່າງອາຄານ,ສີ່ງອຳນວຍຄວາມສະດວກຕ່າງໆ,ອຸປະກອນຮັບໃຊ້ພາຍໃນສູນລວມເຖິງການຝຶກອົບຮົມວຽກງານຕ່າງໆກ່ຽວກັບການບໍລິຫານສູນຮຽນຮູ້ໃຫ້ແກ່ຄະນະຜູ້ບໍລິຫານສູນ,ຄູອາຈານ ແລະນັກສຶກສາລວມເຖິງຜູ້ທີ່ມີສ່ວນຮ່ວມແລະເປົ້າໝາຍຂອງໂຄງການດັ່ງກ່າວ.ໂດຍແມ່ນໂຄງການຮວ່ມມືທາງດ້ານວິຊາການລາວ-ໄທ ( ໂຄງການ TICA ) ເປັນຜູ້ສະໜັບສະໜູນງົບປະມານໃນການກໍ່ສ້າງຖານຮຽນຮູ້ທີ່ແຂວງໄຊຍະບູລີ ແລະງົບປະມານໃນການໄປທັດສະນະສຶກສາດັ່ງກ່າວໃນຄັ້ງນີ້.
ວັນທີ: 21.6.2023 ການໄປທັດສະນະສຶກສາ ແລະ ການແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງ ແລະບໍລິຫານສູນຮຽນຮູ້ທີ່ວິທະຍາໄລກະເສດຈັງຫວັດພິຈິດ ປະເທດໄທ.ໂດຍການຕ້ອນຮັບຂອງຜູ້ອຳນວຍການ ແລະ ຄະນະຜູ້ບໍລິຫານ,ຄູອາຈານ ແລະນັກສຶກສາຂອງວິທະຍາໄລດັ່ງກ່າວ.
